Lista DAO (LISTA) ແມ່ນຫຍັງ?
$LISTA ເປັນໂທເຄັນຄຸ້ມຄອງດູແລດັ້ງເດີມຂອງ Lista DAO ເຊິ່ງເປັນໂປຣໂຕຄອນການເງິນແບບກະຈາຍອຳຍາດທີ່ເຮັດວຽກຢູ່ໃນ BNB Chain. ໂທເຄັນນີ້ຖືກໃຊ້ເພື່ອເຂົ້າຮ່ວມໃນການຕັດສິນໃຈດ້ານການຄຸ້ມຄອງດູແລ ແລະ ເຂົ້າເຖິງຜົນຕອບແທນຂອງໂປຣໂຕຄອນ.
Lista DAO ແມ່ນແພລັດຟອມ DeFi ທີ່ໃຫ້ບໍລິການການກູ້ຢືມແບບ Peer-to-Peer, ການ Liquid Staking ສຳລັບ BNB ແລະ ການອອກ Stablecoin ແບບກະຈາຍອຳນາດທີ່ມີຫຼັກຊັບຄໍ້າປະກັນເກີນມູນຄ່າ. ນອກຈາກນີ້, ຍັງມີການປະສານລວມເຂົ້າກັບບໍລິການຂອງ Binance ເຊັ່ນ: Launchpool, Megadrop ແລະ HODLer Airdrops ທີ່ເປີດໂອກາດໃຫ້ຜູ້ໃຊ້ສາມາດຮັບຜົນຕອບແທນຜ່ານລະບົບນິເວດຂອງແພລັດຟອມ.
ການນໍາໃຊ້ຂອງ $LISTA ລວມເຖິງການຄຸ້ມຄອງດູແລ, ຜົນຕອບແທນຈາກການສະເຕັກ ແລະ ສິ່ງຈູງໃຈຈາກການປ່ອຍໂທເຄັນເຂົ້າສູ່ລະບົບ. ຜູ້ໃຊ້ສາມາດລ໋ອກ $LISTA ເພື່ອສ້າງ veLISTA ເຊິ່ງມອບສິດໃນການໂຫວດ ແລະ ເຂົ້າເຖິງຜົນຕອບແທນຕ່າງໆ ເຊັ່ນ: ສ່ວນຫຼຸດຄ່າທໍານຽມການກູ້ຢືມ lisUSD, ການໂຫວດທິດທາງຂອງການປ່ອຍໂທເຄັນເຂົ້າສູ່ລະບົບ ແລະ ການເຂົ້າຮ່ວມໃນຕະຫຼາດ Bribe. ໂປຣໂຕຄອນມີຟີເຈີ Auto-Compounding ເພື່ອເພີ່ມຜົນຕອບແທນໄລຍະຍາວ ແລະ ອິດທິພົນໃນການຄຸ້ມຄອງລະບົບ. ນອກຈາກນີ້, $LISTA ຍັງຖືກໃຊ້ໃນການ Swap ແລະ Liquidity Farming ພາຍໃນແພລັດຟອມ.
Lista DAO ສ້າງຕັ້ງຂຶ້ນໂດຍ Terry Huang ແລະ Toru ໂດຍໄດ້ຮັບແຮງບັນດານໃຈຈາກການພັດທະນາ DeFi ໃນ Ethereum ແລະ ສ້າງ Lista DAO ເພື່ອແນະນໍາຟັງຊັ່ນການເຮັດວຽກທີ່ຄ້າຍຄືກັນໃນ BNB Chain ໂດຍເລີ່ມຈາກລະບົບ CDP ແລະ ຂະຫຍາຍໄປສູ່ການເຮັດ Liquid Staking ແລະ ການໃຫ້ກູ້ຢືມ.
Lista DAO ເປີດໂຕໃນປີ 2022 ແລະ ເຕີບໂຕຂຶ້ນຈົນກາຍເປັນໂປຣໂຕຄອນທີ່ມີມູນຄ່າລ໋ອກສູງສຸດເທິງ BNB Chain ໂດຍໄດ້ຂະຫຍາຍຈາກການເຮັດ Liquid Staking ຂອງ BNB ໄປສູ່ການກູ້ຢືມແບບ Peer-to-Peer ແລະ ການອອກ Stablecoin ແບບ CDP. ປັດຈຸບັນໂປຣໂຕຄອນມີມູນຄ່າລ໋ອກທັງໝົດ $3.5 ຕື້ ລວມທັງ BNB ທີ່ຖືກສະເຕັກໄວ້ 1.1 ລ້ານຫຼຽນ.
ໂປຣໂຕຄອນຖືກສ້າງຂຶ້ນໃສກອບການເຮັດວຽກແບບ Modular ທີ່ເນັ້ນປະສິດທິພາບການໃຊ້ທຶນ. ສະຖາປັດຕະຍະກຳຂອງລະບົບປະສານລວມການເຮັດ Liquid Staking, ການໃຫ້ກູ້ຢືມ ແລະ ລະບົບ Stablecoin ເພື່ອໃຫ້ສາມາດນຳຊັບສິນກັບມາໃຊ້ໃໝ່ໃນກົນລະຍຸດ DeFi. ຕະຫຼາດກູ້ຢືມແບບ Peer-to-Peer ແລະ ກົນໄກລາຄາທີ່ໄດ້ຮັບການປ້ອງກັນດ້ວຍ Oracle ຊ່ວຍສະໜັບສະໜູນການຂະຫຍາຍໂຕ ແລະ ການປະສົມປະສານໃນ BNB Chain.
$LISTA ບໍ່ມີບລັອກເຊນ ຫຼື ກົນໄກຄວາມເປັນເອກະພາບເປັນຂອງຕົວເອງ. ມັນເຮັດວຽກເປັນໂທເຄັນມາດຕະຖານ BEP-20 ເທິງ BNB Chain ແລະ ໃຊ້ກົນໄກຄວາມເປັນເອກະພາບແບບ Proof-of-Staked Authority ທີ່ເຄືອຂ່າຍກຽມໄວ້.
ແນວໂນ້ມໄລຍະຍາວຂອງໂທເຄັນນີ້ເຊື່ອມໂຍງກັບການເຕີບໂຕຂອງບໍລິການກູ້ຢືມ, ການສະເຕັກ ແລະ Stablecoin ຂອງ Lista DAO. ລາຍໄດ້ທີ່ເກີດຈາກກິດຈະກຳເຫຼົ່ານີ້ຈະຖືກແຈກຈ່າຍໃຫ້ກັບຜູ້ຖື veLISTA.
Lista DAO ມີການປະສານລວມກັບໂປເຈັກ DeFi ຫຼາຍໂຄງການ ລວມທັງ Lido, EigenLayer, Pendle, PancakeSwap ແລະ StakeStone. ຄວາມຮ່ວມມືຫຼ້າສຸດກັບ World Liberty Financial ເຮັດໃຫ້ Lista DAO ກາຍເປັນສູນກາງສະພາບຄ່ອງເທິງເຊນທີ່ໃຫຍ່ທີ່ສຸດສໍາລັບ USD1 ໂດຍມີເງິນຝາກຫຼາຍກວ່າ $100 ລ້ານ. ຄວາມຮ່ວມມືນີ້ມີເປົ້າໝາຍເພື່ອໃຫ້ຜູ້ໃຊ້ຈາກ Web2 ເຂົ້າສູ່ລະບົບນິເວດຂອງ USD1 ຜ່ານ Lista DAO.
ການສະໜອງສູງສຸດຂອງ $LISTA ຢູ່ທີ່ 800 ລ້ານໂທເຄັນ ໂດຍຈຳນວນໝູນວຽນໃນປັດຈຸບັນຢູ່ທີ່ປະມານ 217.09 ລ້ານໂທເຄັນ. LISTA ຖືກຈົດທະບຽນຢູ່ໃນ Binance ສໍາລັບການຊື້ຂາຍ. ລາຄາປັດຈຸບັນຂອງ LISTA ສາມາດກວດສອບໄດ້ແບບຣຽວທາມຢູ່ໃນ Binance.










