Enso (ENSO) ແມ່ນຫຍັງ?
Enso ເປັນແຟຣມເວີກການພັດທະນາບລັອກເຊນທີ່ຖືກອອກແບບມາ ເພື່ອເຮັດໃຫ້ຂະບວນການສ້າງ, ເປີດໂຕ ແລະ ຈັດການແອັບພລິເຄຊັ່ນແບບກະຈາຍສູນງ່າຍຂຶ້ນ. ຊ່ວຍໃຫ້ນັກພັດທະນາ ແລະ ທີມຜະລິດຕະພັນສາມາດສຸມໃສ່ໄປທີ່ນະວັດຕະກຳ ແລະ ປະສົບການຜູ້ໃຊ້, ແທນທີ່ຈະຕ້ອງກັງວົນກັບຄວາມສັບສົນທາງດ້ານເຕັກນິກຂອງການລວມບລັອກເຊນ. ໂດຍການລົບຄວາມຈຳເປັນໃນການຕິດຕັ້ງ ແລະ ບໍາລຸງຮັກສາສັນຍາອັດສະລິຍະດ້ວຍຕົນເອງຢູ່ເທິງຫຼາຍເຄືອຂ່າຍ, Enso ຈຶ່ງມອບເລເຢີການພັດທະນາລວມທີ່ຊ່ວຍໃຫ້ການສ້າງຜະລິດຕະພັນຢູ່ໃນເຊນເປັນໄປຢ່າງສະດວກລຽບງ່າຍ.
ໃຈກາງສະຖາປັດຕະຍະກຳຂອງ Enso ແມ່ນ Actions ແລະ Shortcuts. ໂດຍ Actions ເປັນບລັອກໂມດູລ້າທີ່ສາມາດນຳໃຊ້ຄືນໄດ້, ເຊິ່ງແທນຟັງຊັ່ນສະເພາະຢູ່ເທິງບລັອກເຊນ ເຊັ່ນ: ການແລກປ່ຽນ, ການໃຫ້ກູ້ ຫຼື ການສ້າງ NFT. ນັກພັດທະນາສາມາດລວມ Actions ເຂົ້າກັບ Shortcuts ເຊິ່ງເປັນເວີກໂຟລທີ່ສາມາດປັບແຕ່ງໄດ້ ເພື່ອເຮັດໃຫ້ຫຼາຍຂັ້ນຕອນໃນໂປຣໂຕຄອນ DeFi ແລະ NFT ເປັນອັດຕະໂນມັດໃນທຸລະກຳດຽວ. Shortcuts ສາມາດດຳເນີນລໍາດັບຂັ້ນຕອນ ເຊັ່ນ: ການແລກປ່ຽນໂທເຄັນ, ການຝາກຜົນໄດ້ຮັບລົງ Pool ການກູ້ຢືມ ແລະ ການສ້າງ NFT.
ເຄື່ອງມືເຫຼົ່ານີ້ຖືກຂັບເຄື່ອນໂດຍກົນໄກການປະມວນຜົນຮ່ວມຂອງ Enso ເຊິ່ງເປັນລະບົບຈັດເສັ້ນທາງ ແລະ ກວດສອບຄວາມຖືກຕ້ອງຂ້າມເຄືອຂ່າຍທີ່ຈັດການທຸລະກຳຢູ່ໃນ Ethereum ແລະ ບລັອກເຊນອື່ນໆທີ່ຮອງຮັບ EVM. ເຄືອຂ່າຍຂອງ Graphers ແລະ ຜູ້ກວດສອບຂອງກົນໄກຊ່ວຍໃຫ້ເສັ້ນທາງຖືກຕ້ອງ, ການດຳເນີນການແມ່ນຢຳ ແລະ ການກວດສອບປອດໄພ.
Enso ກໍ່ຕັ້ງໂດຍ Connor Howe ນັກພັດທະນາຄຣິບໂຕ ແລະ ວິສະວະກອນທີ່ມີປະສົບການດ້ານ DeFi ແລະ ການພັດທະນາສັນຍາອັດສະລິຍະ. Howe ເຄີຍເຮັດວຽກກັບເຄື່ອງມືການເທຣດແບບໂຊຊຽວ, ເຊິ່ງຕໍ່ມາພັດທະນາເປັນ Enso ຫຼັງຈາກພົບຄວາມບໍ່ສະດວກໃນການລວມ DeFi ທີ່ຖືກແຍກສ່ວນ.
ENSO ເປັນໂທເຄັນຢູທິລີຕີ້ ແລະ ການຄຸ້ມຄອງດູແລດັ້ງເດີມຂອງ Enso. ຜູ້ຖືສາມາດເຮັດການສະເຕັກ ENSO ເພື່ອຮັກສາຄວາມປອດໄພໂປຣໂຕຄອນ ແລະ ກວດສອບເວີກໂຟລ. ນອກຈາກນີ້, ຜູ້ໃຊ້ສາມາດມອບໝາຍ ENSO ໃຫ້ກັບຜູ້ກວດສອບທີ່ເຮັດວຽກຢູ່ ແລະ ຮັບສ່ວນແບ່ງລາຍໄດ້ຈາກຜູ້ກວດສອບ. ໂທເຄັນນີ້ຍັງໃຊ້ເປັນສິນຊັບໃນການຄຸ້ມຄອງດູແລ, ຊ່ວຍໃຫ້ຊຸມຊົນສາມາດສະເໜີ ແລະ ໂຫວດການອັບເດດໂປຣໂຕຄອນ, ການຈັດສັນເງິນທຶນ ແລະ ໂຄງການເຊີງກົນລະຍຸດ, ລວມທັງໃຊ້ຈ່າຍຄ່າທຳນຽມຂອງແອັບພລິເຄເຄຊັ່ນ ແລະ ເຄືອຂ່າຍ.
ຈຳນວນຫຼຽນໃນລະບົບຂອງໂທເຄັນ ENSO ຢູ່ທີ່ 20.59 ລ້ານໂທເຄັນ, ໂດຍມີການສະໜອງທັງໝົດ 100 ລ້ານໂທເຄັນ.
ໂທເຄັນ ENSO ຈົດທະບຽນໃນ Binance ສໍາລັບການຊື້ຂາຍ ແລະ ການຊື້. ລາຄາປັດຈຸບັນຂອງ ENSO ສາມາດກວດສອບ ແລະ ອັບເດດແບບຣຽວທາມໃນ Binance.











