ຈາກ Seed ໄປສູ່ຄວາມສໍາເລັດ
ເຕີບໃຫຍ່ໄປກັບ Binance

Binance Seeds ບໍາລຸງລ້ຽງພອນສະຫວັນຂອງສະກຸນເງິນຄຣິບໂຕໂດຍຜ່ານບົດບາດເຕັມເວລາ ແລະ ໂຄງການເລັ່ງລັດ, ສະໜອງພື້ນທີ່ເຄື່ອນໄຫວເພື່ອຮຽນຮູ້, ເຕີບໃຫຍ່ ແລະ ສ້າງຜົນກະທົບ.
2020
Seed
James Broue
ຜູ້ຈັດການຜະລິດຕະພັນ
2021
Seed
Dinnel Mark
ຜູ້ຊ່ຽວຊານດ້ານການເຕີບໂຕທາງດ້ານການຕະຫຼາດ
2022
Seed
Ben Luo
ວິສະວະກອນ Frontend
2023
Seed
Marry Chris
ໜ່ວຍງານບໍລິການຕ້ອນຮັບລູກຄ້າ
2024
Seed
Hegin Mollon
ຜູ້ປະສານງານເນື້ອຫາ
2020
Seed
James Broue
ຜູ້ຈັດການຜະລິດຕະພັນ
2021
Seed
Dinnel Mark
ຜູ້ຊ່ຽວຊານດ້ານການເຕີບໂຕທາງດ້ານການຕະຫຼາດ
2022
Seed
Ben Luo
ວິສະວະກອນ Frontend
2023
Seed
Marry Chris
ໜ່ວຍງານບໍລິການຕ້ອນຮັບລູກຄ້າ
2024
Seed
Hegin Mollon
ຜູ້ປະສານງານເນື້ອຫາ
ເສັ້ນທາງໃດທີ່ເໝາະສົມສຳລັບທ່ານ?
image
ໂຄງການ Pioneer Talent
ມີປະສົບການບໍ່ເກີນ 5 ປີ ແມ່ນ ຫຼື ບໍ່? ເລັ່ງຄວາມກ້າວໜ້າໃນອາຊີບຂອງທ່ານດ້ວຍການເຮັດວຽກເຕັມເວລາ, ພ້ອມທັງໂອກາດຝຶກອົບຮົມ ແລະ ພັດທະນາຕົນເອງ.
image
ໂຄງການ Binance Accelerator
ຍັງຮຽນ ຫຼື ຮຽນຈົບມາບໍ່ດົນມານີ້ແມ່ນບໍ່? ໄດ້ຮັບປະສົບການກ່ຽວກັບໂຄງການທີ່ມີໂຄງສ້າງ, ໄລຍະເວລາ 3-6 ເດືອນ.
ເປັນຫຍັງທ່ານຄວນສະໝັກ?
ສ້າງອະນາຄົດຂອງ Web3
ນະວັດຕະກໍາຂັບເຄື່ອນທຸກຢ່າງທີ່ພວກເຮົາເຮັດທີ່ Binance. ໃນຖານະທີ່ເປັນລະບົບນິເວດບລັອກເຊນຊັ້ນນໍາຂອງໂລກ, ພວກເຮົາກຳລັງສ້າງອະນາຄົດດ້ວຍເທັກໂນໂລຢີທີ່ກ້າວໜ້າໃນທົ່ວລະບົບ DeFi, AI ແລະ ໂຄງຮ່າງພື້ນຖານສະກຸນເງິນຄຣິບໂຕ. ທ່ານຈະມີປະສົບການຈິງ, ເຮັດວຽກກ່ຽວກັບໂຄງການທີ່ມີຜົນກະທົບສູງ ແລະ ຊ່ວຍຊຸກຍູ້ຂີດຈຳກັດຂອງສິ່ງທີ່ເປັນໄປໄດ້ໃນໂລກ Web3.
ແນວຄວາມຄິດຂອງທ່ານພະລັງແຫ່ງການປ່ຽນແປງຂອງທ່ານ
ທີ່ Binance, ສຽງຂອງທ່ານມີຄວາມສໍາຄັນ. ໂຄງສ້າງອົງກອນແບບເທົ່າທຽມຂອງພວກເຮົາ ໝາຍຄວາມວ່າຄວາມຄິດຂອງທ່ານໄດ້ຮັບການຮັບຟັງ ແລະ ຜົນກະທົບຂອງທ່ານຈະຖືກເຫັນຊັດເຈນ, ບໍ່ມີຊັ້ນຂັ້ນ, ພຽງແຕ່ປະຕິບັດ. ພວກເຮົາຂັບເຄື່ອນຢ່າງໄວວາ, ເນັ້ນຜົນໄດ້ຮັບ ແລະ ເຕີບໂຕຈາກການຮ່ວມມືກັນ ເພື່ອສ້າງການປ່ຽນແປງທີ່ແທ້ຈິງໃນວົງການສະກຸນເງິນຄຣິບໂຕ.
ເຕີບໃຫຍ່ໄວ, ໄປໄກ
ການຂໍເຕີບໂຕຂອງທ່ານແມ່ນບຸລິມະສິດຂອງພວກເຮົາ. Binance Seeds ສະເໜີການຝຶກອົບຮົມທີ່ອອກແບບມາສະເພາະການໃຫ້ຄຳປຶກສາແບບ 1:1 ແລະ ເຂົ້າເຖິງຜູ້ຊ່ຽວຊານທົ່ວໂລກເພື່ອຊ່ວຍໃຫ້ທ່ານສ້າງທັກສະ, ກ້າວໜ້າໃນສາຍອາຊີບ ແລະ ສ້າງຜົນງານທີ່ໂດ່ດເດັ່ນໃນອຸດສາຫະກຳນີ້.
ຄວາມຍືດຫຍຸ່ນທີ່ຕອບໂຈດທ່ານ
ເຮັດວຽກຈາກບ່ອນໃດກໍ່ໄດ້, ຫ້າມື້ຕໍ່ອາທິດພ້ອມອິດສະຫຼະໃນການຈັດຕາຕະລາງເວລາຂອງທ່ານ. ພວກເຮົາມອບຄ່າຕອບແທນ ແລະ ສະຫວັດດີການທີ່ແຂ່ງຂັນໄດ້ ເຊິ່ງສະໜັບສະໜູນສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງທ່ານ ລວມເຖິງສິດປະໂຫຍດດ້ານຟີດເນສ, ການສະໜັບສະໜູນຫ້ອງການຢູ່ບ້ານ ແລະ ອື່ນໆ; ທັງໝົດນີ້, ໃນຂະນະທີ່ທ່ານມີສ່ວນຮ່ວມກັບທີມທີ່ມີການເຄື່ອນໄຫວ ແລະ ໜ້າຕື່ນເຕັ້ນທີ່ສຸດໃນວົງການສະກຸນເງິນຄຣິບໂຕ.
ເລື່ອງເລົ່າພະນັກງານ
ຂ້ອຍບໍ່ເຄີຍຄິດມາກ່ອນ ບໍລິສັດສະກຸນເງິນຄຣິບໂຕຊັ້ນນໍາຈະເປີດໂອກາດກັບຜູ້ທີ່ມີປະສົບການໜ້ອຍ. ແຕ່ນັ້ນແມ່ນຈຸດເດັ່ນຂອງໂຄງການນີ້—ການມອບໂອກາດໃຫ້ຄົນຮຸ້ນໜຸ່ມໄດ້ຮຽນຮູ້ຈາກຜູ້ຊ່ຽວຊານ ແລະ ມີສ່ວນຮ່ວມໃນບາງສິ່ງທີ່ຍິ່ງໃຫຍ່ກວ່າເກົ່າ ນັ້ນແມ່ນ: ອິດສະລະພາບທາງດ້ານການເງິນ.
ຕັ້ງແຕ່ມື້ທຳອິດທີ່ Binance, ຂ້ອຍໄດ້ຮັບການຊຸກຍູ້ໃຫ້ຄິດລິເລີ່ມ, ພັດທະນາເຄື່ອງມືຂອງຕົນເອງ ແລະ ປັບຕົວໃຫ້ເຂົ້າກັບແນວທາງການເຮັດວຽກຂອງ Binance ໄດ້ຢ່າງເຕັມຄວາມສາມາດ.
Ivan
ການດໍາເນີນທຸລະກິດ
ຂ້ອຍໄດ້ຍອມຮັບທ່າແຮງຂອງໂລກ Web3 ຜ່ານໂຄງການ Binance Seeds. ປະສົບການນີ້ເຮັດໃຫ້ຂ້ອຍໄດ້ເຮັດວຽກກ່ຽວກັບ On-Chain Wallet ແລະ ຜະລິດຕະພັນ DEX, ເສີມຂະຫຍາຍທັກສະຂອງຂ້ອຍໃນການຊື້ຂາຍແບບກະຈາຍອຳນາດ ແລະ ການຂະຫຍາຍຕົວຂອງຜະລິດຕະພັນ. ສະພາບແວດລ້ອມທີ່ປ່ຽນແປງຢ່າງໄວວາທີ່ Binance ຊ່ວຍຝຶກຝົນໃຫ້ຂ້ອຍມີຄວາມຍືດຫຍຸ່ນ ແລະ ຄິດເຊີງກົນລະຍຸດຍິ່ງຂຶ້ນ.
ສໍາລັບບຸກຄະລາກອນໃນອະນາຄົດ, ຂ້ອຍແນະນໍາໃຫ້ສືບຕໍ່ຢາກຮູ້ຢາກເຫັນ, ຍອມຮັບສິ່ງທ້າທາຍ ແລະ ນໍາໃຊ້ປະໂຫຍດຈາກການໃຫ້ຄໍາປຶກສາ ແລະ ຊັບພະຍາກອນຢູ່ Binance ເພື່ອເລັ່ງການເຕີບໂຕໃນດ້ານອາຊີບ ແລະ ການພັດທະນາຕົວເອງ.
Julia
ຜູ້ຈັດການຜະລິດຕະພັນ
ຂ້ອຍໄດ້ເຂົ້າຮ່ວມໂຄງການ Binance Accelerator (BAP) ແລະ ປ່ຽນໄປສູ່ບົດບາດໃນການເຮັດວຽກເຕັມເວລາ. ຂ້ອຍສາມາດຢືນຢັນໄດ້ວ່າການເຮັດວຽກທີ່ Binance ເປັນປະສົບການທີ່ຄຸ້ມຄາຢ່າງຍິ່ງ.
ຕັ້ງແຕ່ມື້ທຳອິດ, ຂ້ອຍຕົກລຸມຮັກກັບວັດທະນຳທຳຂອງຄວາມເປັນອິດສະຫຼະ ແລະ ການເຮັດວຽກຮ່ວມກັນ. ທຸກໆມື້ຢູ່ Binance ແມ່ນເປັນເອກະລັກ ແລະ ຂ້ອຍຕື່ນເຕັ້ນສະເໝີ ສໍາລັບສິ່ງໃໝ່ຕໍ່ໄປທີ່ຈະຮຽນຮູ້ ແລະ ເຮັດສິ່ງໃໝ່ໆ!
Dini
ນັກວິເຄາະການປະຕິບັດຕາມ
ການເດີນທາງຂອງຂ້ອຍກັບ Binance ໄດ້ເລີ່ມຕົ້ນໃນລະຫວ່າງປີທີສີ່ຂອງຂ້ອຍຢູ່ມະຫາວິທະຍາໄລເທັກໂນໂລຢີ Nanyang. ໂຄງການ Binance Accelerator Program (BAP) ສະໜອງຊັບພະຍາກອນອັນລ້ຳຄ່າ ແລະ ການໃຫ້ຄໍາແນະນໍາ, ເຮັດໃຫ້ຄວາມຊໍານານດ້ານວິຊາການຂອງຂ້ອຍເລິກເຊິ່ງ ແລະ ສົ່ງເສີມການເຕີບໂຕທາງດ້ານວິຊາຊີບຂອງຂ້ອຍ.
ນອກຈາກນີ້, ໂຄງການຍັງເປີດໂອກາດໃຫ້ຂ້ອຍໄດ້ຮັບປະສົບການໃນການກວດສອບຄວາມປອດໄພ ແລະ ການສືບສວນ, ລວມທັງເຫດການໃຫຍ່ເຊັ່ນວ່າການແຮັກ Ronin Bridge.
Sebastian
ວິສະວະກອນຄວາມປອດໄພ

ຂະບວນການຄໍາຮ້ອງສະໝັກ
01
ສະໝັກອອນໄລນ໌
02
ສຳພາດກັບຝ່າຍຈັດຫາບຸກຄະລາກອນ
03
ສຳພາດກັບທີມທຸລະກິດ
04
ຂໍ້ສະເໜີ
05
ການເລີ່ມຕົ້ນໃຊ້ງານ